ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

3 ພາກສ່ວນ ມອບເງິນອຸປະຖໍາ ກະຊວງປ້ອງກັນປະເທດ


     ໃນວັນທີ 11 ມັງກອນ 2024 ນີ້, ບໍລິສັດ ສະຕາໂທລະຄົມ ຈໍາກັດ, ບໍລິສັດ ເບສ ເທເລຄອມ ຈໍາກັດ ແລະ ບໍລິສັດ ເອັດເອັມຈີ ກຼຸບ
ຈໍາກັດຜູ້ດຽວ ໄດ້ມອບອຸປະຖໍາ ໃຫ້ກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ,
ໂດຍການກ່າວຮັບຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ
ບັນດາສະຫາຍຕາງໜ້າຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ສໍາລັບການມອບອຸປະຖໍາໃນຄັ້ງນີ້, ບໍລິສັດ ສະຕາໂທລະຄົມ ຈໍາກັດ ມອບ 1.000.000 ໂດລາສະຫະລັດ, ກ່າວມອບໂດຍ ສະຫາຍ
ພົນຈັດຕະວາ ບີມົວ ໄຟດາເຢຍຈ່າ ຮອງຜູ້ອໍານວຍການໃຫຍ່ ຈັດຕັ້ງ-ບໍລິຫານ ບໍລິສັດ ສະຕາໂທລະຄົມຈໍາກັດ ພ້ອມດ້ວຍຄະນະ; ບໍລິສັດ
ເບສເທເລຄອມ ຈໍາກັດ ມອບ 12 ຕື້ກວ່າກີບ, ກ່າວມອບໂດຍ ທ່ານ ລິດທິກອນ ພູມມະສັກ ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ
ຈໍາກັດ ພ້ອມດ້ວຍຄະນະ ແລະ ບໍລິສັດ ເອັດເອັມຈີ ກຼຸບ ຈໍາກັດຜູ້ດຽວ ມອບ 2 ຕື້ກີບ, ກ່າວມອບໂດຍ ທ່ານ ເອກະພັນ ພະພິທັກ ປະທານ
ບໍລິສັດ ເອັດເອັມຈີ ກຼຸບ ຈໍາກັດ ຜູ້ດຽວ ພ້ອມດ້ວຍຄະນະ.

     ໂອກາດນີ້, ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຂອບໃຈມາຍັງ 3 ພາກສ່ວນດັ່ງກ່າວ ທີ່ໄດ້ມອບອຸ
ປະຖໍາ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ແລະ ເປັນທຶນຮອນໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອໝູນໃຊ້ເຂົ້າໃນວຽກງານຕ່າງໆ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ອວຍພອນໃຫ້ທັງ 3
ພາກສ່ວນ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນດໍາເນີນທຸລະກິດ ໃຫ້ເຕີບໃຫຍ່ຂະຫຍາຍຕົວກວ່າເກົ່າ.

ແຫຼ່ງຂ່າວໂດຍ ນາງ ຍ້ອມເພັດ
ວັນທີ 12/01/2024